ການມີສ່ວນຮ່ວມຂອງແມ່ຍິງຊົນນະບົດໃນການປັບໂຕເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ ຈາກ "ຜູ້ຮັບ" ໄປສູ່ "ຜູ້ເປັນເຈົ້າການໃນການພັດທະນາ"
ຊຸມຊົນບໍ່ແມ່ນ "ຜູ້ຮັບ" ແຕ່ແມ່ນ "ຜູ້ກຳນົດ" ການພັດທະນາ
ໃນອາດີີດ, ພາບຈຳຂອງ “ຊຸມຊົນ” ໂດຍສະເພາະແມ່ນ “ແມ່ຍິງຊົນເຜົ່າໃນຊຸມຊົນ” ມັກຈະຖືກກຳນົດໃຫ້ເປັນພຽງແຕ່ “ຜູ້ຮັບ” ການພັດທະນາຈາກພາຍນອກ. ໂຄງການພັດທະນາຕ່າງໆ ໄດ້ຖືກອອກແບບ ແລະ ນຳມາສູ່ຊຸມຊົນ ໂດຍຂາດການມີສ່ວນຮ່ວມຢ່າງແທ້ຈິງຈາກຜູ້ໄດ້ຮັບຜົນກະທົບຫຼາຍທີ່ສຸດ ກໍຄື ຊຸມຊົນເອງ ໂດຍສະເພາະບົດບາດຂອງແມ່ຍິງຊົນເຜົ່າໃນຊົນນະບົດ ຊຶ່ງເປັນກຸ່ມທີ່ບອບບາງ ແລະ ມີຄວາມເຂົ້າໃຈ ໃນທ້ອງຖິ່ນຂອງພວກເຂົາເຈົ້າເອງຢ່າງເລິກເຊິ່ງ.
ແນວຄິດພື້ນຖານທີ່ສຳຄັນຄື ການພັດທະນາທີ່ແທ້ຈິງ ບໍ່ແມ່ນການບັງຄັບໃຫ້ຊຸມຊົນຍອມຮັບຄ່ານິຍົມ ແນວຄວາມຄິດ ຫຼື ການປະຕິບັດຈາກພາຍນອກ ແຕ່ເປັນການພັດທະນາທີ່ຖືກກຳນົດໂດຍຊຸມຊົນເອງ ການພັດທະນາທີ່ຍືນຍົງ ແລະ ຄອບຄຸມ ຕ້ອງເລີ່ມຈາກການເບິ່ງຊຸມຊົນເປັນສູນກາງ ໂດຍເປີດໂອກາດໃຫ້ພວກເຂົາໄດ້ມີສ່ວນຮ່ວມຢ່າງຈິງຈັງໃນການອອກແບບ ແລະ ດຳເນີນໂຄງການ ບໍ່ພຽງແຕ່ເປັນເປົ້າໝາຍຂອງການພັດທະນາເທົ່ານັ້ນ ໂຄງການທີ່ຂາດການມີສ່ວນຮ່ວມຈາກຊຸມຊົນ ມັກເບິ່ງຂ້າມປັດໃຈທາງສັງຄົມ ແລະ ວັດທະນະທຳທີ່ສຳຄັນ ຊິ່ງສົ່ງຜົນຕໍ່ການຍອມຮັບ ແລະ ຄວາມສຳເລັດຂອງໂຄງການໃນທີ່ສຸດ.
ໂຄງການ ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບໂຕເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ (We-ACT) ໂຄງການນີ້ ຖືກດຳເນີນຢູ່ທີ່ເມືອງລອງ ແຂວງຫຼວງນ້ຳທາ ເລີ່ມແຕ່ຕົ້ນປີ 2023-2025 ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດ ຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງສະພາບດິນຟ້າອາກາດ, ໂດຍການຮ່ວມກັນ ຂອງອົງການແຄຣ໌ປະຈຳລາວ (CARE), ສະມາຄົມພັດທະນາກະສິກໍາ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ແລະ ສູນພັດທະນາຊົນນະບົດ (RDA) ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ອົງການເຂົ້າຈີ່ໂລກ (Bread for the World) ໂຄງການໄດ້ເນັ້ນໃສ່ ສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນ ໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມ ເພື່ອປັບຕົວສູ້ກັບ ສະພາບດິນຟ້າອາກາດທີ່ປ່ຽນແປງ.
RDA ດໍາເນີນການວິໄຈພາຍໃຕ້ໂຄງການ We-ACT ໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ຫຼື Photovoice ທີ່ທາງ RDA ໄດ້ຮຽນຮູ້ຈາກນັກສຶກສາປະລິນຍາເອກຂອງມະຫາວິທະຍາໄລເຈມສຄຸກ (James Cook University) ເຊິ່ງເປັນເຄື່ອງມືທີ່ເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ຕໍ່ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການຈັດບູລິມະສິດຂອງບັນຫາ ແລະ ຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການໄດ້ແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນນັກວິໄຈ ແລະ ເປັນໃຈກາງຂອງຂະບວນການ. ການຈັດຕັ້ງປະຕິບັດ ຂອງວົງຈອນທີ 1 ແມ່ນການຊອກຫາບັນຫາປັດຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມ ໃນຊຸມຊົນ, ວົງຈອນທີ່ 2 ແມ່ນຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດທີ່ນັກວິໄຈຄົ້ນພົບ ແລະ ວົງຈອນທີ 3 ແມ່ນທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳບູລິມະສິດໃນຮອບຕໍ່ໄປ.
ບົດບາດສຳຄັນຂອງແມ່ຍິງໃນຊົນນະບົດ ຈາກທີ່ຖືກເບິ່ງຂ້າມ ສູ່ການເປັນຜູ້ນຳໃນການປັບໂຕ
ໃນບໍລິບົດຂອງການປ່ຽນແປງສະພາບດິນຟ້າອາກາດ ແມ່ຍິງໃນຊຸມຊົນຄືກຸ່ມແນວໜ້າທີ່ຕ້ອງປະເຊີນ ແລະ ປັບໂຕກັບຜົນກະທົບໂດຍກົງ ເນື່ອງຈາກບົດບາດ ແລະ ຄວາມຮັບຜິດຊອບຂອງພວກເຂົາ ມັກກ່ຽວຂ້ອງກັບການເຮັດກະສິກຳ ການຫານ້ຳ ແລະ ການເບິ່ງແຍງຄອບຄົວ ເຮັດໃຫ້ພວກເຂົາມີຄວາມຮູ້ ແລະ ປະສົບການສະເພາະໂຕ ກ່ຽວກັບລະບົບນິເວດ ແລະ ລະດູການ ເຖິງຢ່າງໃດກໍຕາມ ໃນຂະບວນການພັດທະນາ ບົດບາດ ແລະ ສຽງຂອງແມ່ຍິງເຫຼົ່ານີ້ ມັກຖືກເບິ່ງຂ້າມຈາກພາກນອກ ທີ່ບໍ່ເຂົ້າໃຈບໍລິບົດທາງວັດທະນະທຳທີ່ພຽງພໍ.
ການສົ່ງເສີມການເທົ່າທຽມທາງເພດ ໃນການພັດທະນາ ຈຶ່ງບໍ່ແມ່ນພຽງແຕ່ການເພີ່ມຈຳນວນຜູ້ຍິງເຂົ້າຮ່ວມໂຄງການ ແຕ່ເປັນການເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບ ຊຸມຊົນ ເພື່ອທຳຄວາມເຂົ້າໃຈມຸມມອງທາງສັງຄົມ ແລະ ວັດທະນະທຳ ກ່ຽວກັບບົດບາດທາງເພດ ແລະ ຮຽນຮູ້ວິທີການເຮັດວຽກຮ່ວມກັບຊຸມຊົນເຫຼົ່ານັ້ນ ເພື່ອໃຫ້ເກີດການປ່ຽນແປງທີ່ແທ້ຈິງ ແລະ ຍືນຍົງ.
3 ຫຼັກການສູ່ການພັດທະນາທີ່ແທ້ຈິງ
ຈາກຜົນໄດ້ຮັບຂອງການວິໄຈ ແລະ ປະສົບການເຮັດວຽກໃນພື້ນທີ່ ຂອງ RDA ສາມາດສະຫຼຸບເປັນ 3 ຫຼັກການສຳຄັນ ຄື
(1) ການພັດທະນາທີ່ເນັ້ນຊຸມຊົນເປັນສູນກາງ
ໂຄງການພັດທະນາຄວນສ້າງຂຶ້ນຈາກຊຸມຊົນ ອີງໃສ່ ທັກສະ ຄວາມຮູ້ ຄວາມສຳພັນ ປະເພນີ ແລະ ຄວາມຫວັງ ທີ່ຊຸມຊົນມີ ແທນທີ່ຈະສຸມໃສ່ແຕ່ສິ່ງທີ່ຊຸມຊົນ ”ຂາດ” ເທົ່ານັ້ນ.
(2) ວັດທະນະທຳ ກັບ ການສ້າງຄວາມເທົ່າທຽມທາງເພດ
ຈຳເປັນຕ້ອງເຂົ້າໃຈບໍລິບົດທາງວັດທະນະທຳຂອງຊຸມຊົນ ກ່ຽວກັບບົດບາດຍິງ-ຊາຍ ແລະ ເຮັດວຽກເພື່ອສົ່ງເສີມຄວາມເທົ່າທຽມດ້ວຍການປູກຈິດສຳນຶກຈາກພາຍໃນ ບໍ່ແມ່ນການບັງຄັບຈາກພາຍນອກ.
(3) ການກຳນົດຕົວຕົນຂອງຊຸມຊົນ
ການພັດທະນາທີ່ຍືນຍົງຕ້ອງເຄົາລົບໃນຄວາມເປັນອິດສະຫຼະຂອງຊຸມຊົນ ໂຄງການຄວນຕອບສະໜອງຕໍ່ຄວາມຕ້ອງການ ແລະ ຄວາມຈຳເປັນທີ່ຊຸມຊົນເປັນຜູ້ກຳນົດເອງ ໂດຍຜູ້ດຳເນີນນະໂຍບາຍ ກໍຄື ລັດຖະບານ ຕ້ອງເຮັດໜ້າທີ່ສ້າງຄວາມສົມດຸນລະຫວ່າງ ຄວາມຕ້ອງການຂອງຊຸມຊົນ ແລະ ໂຄງການ ເພື່ອໃຫ້ຊຸມຊົນເປັນ “ເຈົ້າການ” ໃນການພັດທະນາຊຸມຊົນຂອງເຂົາເອງ ຢ່າງແທ້ຈິງ.
ສະຫຼຸບແລ້ວ ການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ຢ່າງມີປະສິດຕິພາບ ຕ້ອງມີສ່ວນຮ່ວມຈາກທຸກພາກສ່ວນ ໂດຍສະເພາະແມ່ຍິງໃນຊົນນະບົດ ທີ່ເປັນກຳລັງຫຼັກ ແລະ ມີຄວາມຮູ້ໃນທ້ອງຖິ່ນຂອງພວກເຂົາ, ການປ່ຽນແປງບົດບາດຂອງພວກເຂົາຈາກ "ຜູ້ຮັບ" ການຊ່ວຍເຫຼືອ ມາເປັນ "ຜູ້ກຳນົດ" ແລະ "ຜູ້ນຳ" ໃນການປັບໂຕ ຄື ຫົວໃຈຫຼັກຂອງການສ້າງຊຸມຊົນທີ່ຍືດຍຸ່ນ ແລະ ຍືນຍົງ, ການພັດທະນາທີ່ແທ້ຈິງ ເລີ່ມຈາກການຟັງສຽງຂອງຊຸມຊົນ ແລະ ມອບອຳນາດໃຫ້ພວກເຂົາ ໄດ້ເປັນເຈົ້າຂອງຂະບວນການພັດທະນາຊຸມຊົນ ຕັ້ງແຕ່ເລີ່ມຕົ້ນດ້ວຍໂຕຂອງເຂົາເຈົ້າເອງ.
ທີມງານ ຕິດຕາມ – ປະເມີນຜົນ ແລະ ຮຽນຮູ້
