ປະກາດຮັບສະໝັກ ພະນັກງານຮຽນຮູ້ ບໍລິຫານ ແລະ ຈັດຊື້-ຈັດຈ້າງ
ລາຍລະອຽດໜ້າວຽກ
ຕຳແໜ່ງ: ພະນັກງານ ບໍລິຫານ ແລະ ຈັດຊື້-ຈັດຈ້າງ
ບ່ອນປະຈຳການ: ຫ້ອງການໃຫຍ່ ສູນພັດທະນາຊົນນະບົດ
ໄລຍະສັນຍາ: ວັນທີ 01 ມັງກອນ (01) 2025 ຫາ ວັນທີ 31(12) 2025 (1 ປີສາມາດຕໍ່ສັນຍາໄດ້)
ປະຫວັດຄວາມເປັນມາ
ສູນພັດທະນາຊົນນະບົດ ແມ່ນຫ້ອງການເອກະຊົນ ເຊິ່ງແມ່ນຄົນລາວເປັນຜູ້ດຳເນີນທຸລະກິດບົນພື້ນຖານຫລັກການບໍ່ຫວັງຜົນຕອບແທນ, ຫ້ອງການສູນພັດທະນາຊົນນະບົດ ແມ່ນເຮັດວຽກຮ່ວມກັບຊຸມຊົນ, ໄວໜຸ່ມ, ອຳນາດການປົກຄອງທ້ອງຖິ່ນ ແລະ ຫົວຫນ້າຊຸມຊົນ ບົນພື້ນຖານການສົ່ງເສີມຄວາມ ຍືນຢົງ ແລະ ການພັດທະນາຊົນນະບົດໃນ ສປປ ລາວ. ສູນພັດທະນາຊົນນະບົດ ເຄື່ອນໄຫວວຽກງານເພື່ອຊ່ວຍໃນການເສີມສ້າງຂີດຄວາມສາມາດ ຈົນກ້າວໄປເຖິງການພັດທະນາຕົນເອງຢ່າງຮອບດ້ານ ເມື່ອຊຸມຊົນມີຄວາມສາມາດ, ຄວາມໝັ້ນໃຈ, ມີເຄືອຂ່າຍ ໃນການຜັກດັນ ແລະ ສົ່ງເສີມການ ສ້າງຄວາມເຂັ້ມແຂງຂອງຊຸມຊົນທັງໄລຍະສັ້ນ ແລະ ໄລຍະຍາວ. ວິໄສທັດຂອງສູນພັດທະນາຊົນນະ ບົດແມ່ນເປັນສູນຕົ້ນແບບທີ່ສ້າງແຮງຈູງໃຈ ແລະ ເສີມສ້າງຄວາມອາດສາມາດດ້ານການພັດທະນາຊຸມຊົນແບບຮອບດ້ານ ໂດຍພາຍໃຕ້ພາລະກິດທີ່ວ່າ ເອື້ອຍອຳນວຍການເສີມສ້າງຂີດຄວາມສາມາດແບບບູລະນາການ ແລະ ຮັບປະກັນຄຸນນະພາບການບໍລິການດ້ານສຶກສາຊຸມຊົນ, ສິ່ງເວດລ້ອມ ແລະ ພັດທະນາໄວໜຸ່ມ ເພື່ອສຸຂະພາບທີ່ດີ ແລະ ຄວາມຮັ່ງມີຜາສຸກຂອງຄົນລາວ. ກຸ່ມເປົ້າໝາຍການພັດທະນາຂອງສູນພັດທະນາຊົນນະບົດ ແມ່ນບັນດາອົງກອນ ແລະ ຊຸມຊົນເວົ້າລວມເວົ້າສະເພາະແມ່ນ ແມ່ຍິງຊົນເຜົ່າ, ໄວໜຸ່ມ ແລະ ເດັກນ້ອຍ ນອກຈາກນັ້ນ ສູນພັດທະນາຊົນນະບົດຍັງໄດ້ຂະຫຍາຍການຮ່ວມມືຮ່ວມ ແລະ ພົບປະແລກປ່ຽນຮ່ວມກັບຫລາຍໆ ອົງກອນເຊັ່ນ: ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນເອກະຊົນທັງພາຍໃນແລະສາກົນ.
ຈຸດປະສົງຂອງຕຳແໜ່ງ
ພະນັກງານ ບໍລິຫານ ແລະ ຈັດຊື້-ຈັດຈ້າງ ແມ່ນຮັບຜິດຊອບລວມວຽກງານຈັດຊື້-ຈັດຈ້າງຂອງສູນ ແລະ ໂຄງການຕ່າງໆຂອງສູນ, ຕິດຕາມເຄືອງໃຊ້ຫ້ອງການ ແລະ ອຸປະກອນ ພາຍໃນ ສພບ ແລະ ຢູ່ພາກສະໜາມທີ່ສາມາດກວດສອບໄດ້ຕາມສະພາບຄວາມເປັນຈິງ.
ການລາຍງານ
ພະນັກງານ ບໍລິຫານ ແລະ ຈັດຊື້-ຈັດຈ້າງ ແມ່ນລາຍງານໂດຍກົງເຖິງຫົວໜ້າທີມ ການເງີນ-ບໍລິຫານ.
ໜ້າທີ່ຮັບຜິດຊອບຫຼັກ:
ໜ້າທີ່ຮັບຜິດຊອບຫຼັກ ຂອງວຽກງານ ບໍລິຫານ ແລະ ຈັດຊື້-ຈັດຈ້າງ ມີລາຍລະອຽດດັ່ງລຸ່ມນີ້:
- ເປັນຫລັກວຽກງານບໍລິຫານຫ້ອງການເຊັ່ນ: ເບີ່ງຄວາມເປັນລະບຽບຮຽບຮ້ອຍຫ້ອງການ ແລະ ນຳພາພະນັກງານອະນາໄມລວມເປັນປະຈຳທຸກໆເດືອນ.
- ຄຸ້ມຄອງ-ບໍລິຫານເຄື່ອງໃຊ້ຫ້ອງການ ແລະ ຊັບສິນຕ່າງໆຂອງ ສພບ ແລະ ຂອງໂຄງການໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະກວດນັບໄດ້.
- ອຳນວຍຄວາມສະດວກໃນການ ຈັດຊື້-ຈັດຈ້າງ ຂອງສູນ ແລະໂຄງການ.
- ຂື້ນແຜນຈັດຊື້-ຈັດຈ້າງຂອງສູນຕາມແຜນຢຸດທະສາດ ແລະ ແຜນປີຂອງໜ່ວຍງານ.
- ບັນທຶກເຄື່ອງໃຊ້ຫ້ອງການ ເຂົ້າ-ອອກ ສາງ ຕາມລະບຽບຂອງ ສພບ ແລະ ເຄື່ອງເຂົ້າກ່ອນ ອອກກ່ອນ.
- ຂື້ນແຜນງົບປະມານ ແລະ ສະຫຼຸບແຜນ ໃນການຈັດຊື້ອຸປະກອນຂອງຫ້ອງການ ແລະ ກິດຈະກໍາ.
- ຂື້ນແຜນງົບປະມານ ແລະ ສະຫຼຸບແຜນຊື້ເຄື່ອງອຸປະໂພກ, ບໍລິໂພກ ຮັບໃຊ້ຫ້ອງການ.
- ຊ່ວຍວຽກບຸກຄະລາກອນ ເຊັ່ນ ບັນທຶກການລາພັກຕ່າງໆ ຂອງພະນັກງານ ພ້ອມທັງເກັບສຳເນົາເອກະສານກ່ຽວກັບການລາພັກ.
- ອໍານວຍຄວາມສະດວກການຈັດຊື້-ຈັດຈ້າງ ເຊັ່ນ ບັນທຶກຂໍ້ມູນການຈັດຊື້-ຈັດຈ້າງ ແລະ ຕິດຕາມເອກະສານຈັດຊື້-ຈັດຈ້າງຕ່າງໆຂອງ ສພບ. ເຈີນ
- ກະກຽມເອກະສານຈັດຊື້ຕ່າງໆ ເຊັ່ນ ໃບສະເໜີຂໍຊື້, ໃບສັ່ງຊື້, ໃບຮັບເຄື່ອງ, ແລະ ໃບສັງລວມການຈັດຊື້.
- ປະສານກັບຜູ້ສະໜອງ ແລະ ກວດກາລາຄາສິນຄ້າ ພ້ອມທັງ ປະສານເພື່ອ ຂໍໃບສະເໜີລາຄາ ແລະ ສັນຍາກັບບັນດາຜູ້ສະໜອງ.
- ປະສານງານກັບທີມງານຢູ່ພາກສະໜາມໃນການຕິດຕາມການຈັດຊື້ເຄື່ອງຕ່າງໆ ພ້ອມທັງເກັບກຳເອກະສານເຊັ່ນ: ໃບເກັບເງິນ, ໃບຮັບເງິນ ແລະ ເອກະສານອື່ນໆ.
- ເກັບຮັກສາຕົ້ນສະບັບເອກະສານຕ່າງໆກ່ຽວກັບການຈັດຊື້-ຈັດຈ້າງ.
- ຊ່ວຍວຽກອື່ນໆ ທີ່ກ່ຽວຂ້ອງຕາມການໝອບໝາຍຂອງຫົວໜ້າທີມງານ.
ທັກສະ ແລະ ການປະພຶດປະຕິບັດ
ຄວາມຮັບຜິດຊອບ
- ມີຄວາມຮັບຜິດຊອບຕົນເອງ ໃນການຕັດສິນໃຈ ການບໍລິຫານຕົນເອງຢ່າງມີປະສິທິພາບ ໃຫ້ບັນລຸເປົ້າໝາຍ ຂອງ ສູນພັດທະນາຊົນນະບົດ.
- ແບ່ງໜ້າວຽກ ແລະ ຄວາມຮັບຜິດຊອບໃຫ້ທີມງານແຕ່ລະຄົນ ໃຫ້ອິດສະຫຼະແກ່ພວກເຂົາໃນການປະຕິບັດທີ່ເຫັນວ່າສົມຄວນ. ເພີ່ມທັກສະໃຫ້ເຂົາເຈົ້າ ເພື່ອເຮັດໃຫ້ພວກເຂົາມີຄວາມເຂົ້າໃຈ ແລະ ສາມາດປະຕິບັດໜ້າວຽກສຳເລັດຜົນ ແລະ ມີຄຸນນະພາບ.
- ເປັນເຈົ້າການຕົນເອງໃນການປະຕິບັດໜ້າທີ່ຂອງຕົນເອງ.
- ສ້າງບັນຍາກາດ ແລະ ສະພາບແວດລ້ອມທີ່ດີໃຫ້ຕົນເອງ ແລະ ທີມງານໃນການເຮັດວຽກ.
ຄວາມກະຕືລືລົ້ນ
- ວາງເປົ້າໝາຍຄວາມຮັບຜິດຊອບເພືອໃຫ້ທີມງານມີຄວາມກະຕືລືລົ້ນ.ສ້າງແຮງຈູງໃຈໃນການພັດທະນາຕົນເອງ ແລະ ທີມງານ
- ເປີດໂອກາດໃນການໃຫ້ຄຳຄິດເຫັນ ແລະ ວິໄສທັດຕ່່ອົງກອນ
- ຄິດໄກ ແລະ ຄິດຢ່າງມີວິໄສທັດ
ການຮ່ວມມື
- ສ້າງ ແລະ ຮັກສາມິດຕະພາບທີ່ດີ ກັບ ເພື່ອນຮ່ວມງານ, ທີມງານ ທັງພາຍໃນ, ພາຍນອກ ແລະຄູ່ຮ່ວມງານຕ່າງໆ.
- ເຂົ້າຄົນໄດ້ດີ, ເປັນຜູ້ຟັງທີດີ ແລະ ສາມາດໃຫ້ຄຳປຶກສາຫາລືໄດ້
ຄວາມຄິດສ້າງສັນ
- ພັດທະນາ ແລະ ສົ່ງເສີມ ການນຳໃຊ້ນະວັດຕະກຳໃໝ່ໆ.
- ພັດທະນາເຄື່ອງມືທີ່ກ່ຽວຂອງເຂົ້າໃນວຽກງານຂອງອົງກອນ.
ຄວາມຊື່ສັດ
- ມີຄວາມຊືສັດບໍລິສຸດຕໍ່ອົງກອນ, ເປີດເຜີຍ ແລະ ໂປ່ງໃສ່.
ຄຸນວຸດທິ ແລະ ປະສົບການ
- ຈົບປະລິນຍາຕີຫລືວິຊາຊີບດ້ານການ ບໍລິຫານ ຫຼື ມີປະສົບການ ທີ່ກ່ຽວຂ້ອງ.
- ຖ້າມີປະສົບການຈະພິຈາລະນາດປັນພິເສດ
- ມີປະສົບການດ້ານການບໍລິຫານຫ້ອງການ
- ສາມາດເຂົ້າໃຈວຽກງານບໍລິຫານ, ການເງິນ, ບັນຊີ
- ມີຄວາມສາມາດໃນການສ້າງສາຍພົວພັນທີດີ ກັບຄູ່ຮ່ວມງານ, ທີມງານ, ພາກລັດ ແລະ ຊຸມຊົນ.
- ມີທັກສະດ້ານການສື່ສານ, ການປະສານງານ, ເຈລະຈາຕໍ່ລອງ, ທັກສະການເຂົ້າຫາຄົນ.
- ມີຄວາມອົດທົນ, ສື່ສັດ, ໂປ່ງໃສ່ ແລະ ຍອມຮັບຟັງ.
- ມີຄວາມຮັບຜິດຊອບສູງ, ມີແນວຄິດສ້າງສັນ ແລະ ລີເລີ່ມ.
- ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ແລະ ເຮັດວຽກມີປະສິດທິຜົນ.
