ປະກາດຮັບສະໝັກ ພະນັກງານຮຽນຮູ້ວຽກງານສື່
ລາຍລະອຽດໜ້າວຽກ
ຕຳແໜ່ງ: ພະນັກງານຮຽນຮູ້ວຽກງານສື່
ບ່ອນປະຈຳການ: ຫ້ອງການໃຫຍ່ ສູນພັດທະນາຊົນນະບົດ
ໄລຍະສັນຍາ: 01 ກັນຍາ 2026 ຫາວັນທີ 31 ທັນວາ 2028 (2 ປີ)
ປະຫວັດຄວາມເປັນມາ
ສູນພັດທະນາຊົນນະບົດ ແມ່ນຫ້ອງການເອກະຊົນ ເຊິ່ງແມ່ນຄົນລາວເປັນຜູ້ດຳເນີນທຸລະກິດບົນພື້ນຖານຫລັກການບໍ່ຫວັງຜົນກໍາໄລ, ຫ້ອງການສູນພັດທະນາຊົນນະບົດ ແມ່ນເຮັດວຽກຮ່ວມກັບຊຸມຊົນ, ໄວໜຸ່ມ, ອຳນາດການປົກຄອງທ້ອງຖິ່ນ ແລະ ຫົວຫນ້າຊຸມຊົນ ບົນພື້ນຖານການສົ່ງເສີມຄວາມຍືນຍົງ ແລະ ການພັດທະນາຊົນນະບົດໃນ ສປປ ລາວ. ສູນພັດທະນາຊົນນະບົດ ເຊື່ອວ່າ ທຸກຄົນມີພາວະຜູ້ນໍາໃນຕົນເອງທີ່ສາມາດສ້າງການປ່ຽນແປງໄດ້ຕະຫຼອດເວລາ ຖ້າຫາກວ່າພວກເຂົາໄດ້ແລກປ່ຽນສົນທະນາໃນບັນຍາກາດຂອງການຮຽນຮູ້ທີ່ແທ້ຈິງ ເຊິ່ງຈະພາໃຫ້ເກີດຄວາມກ້າໃນການຕັດສີນໃຈລົງມືເຮັດ ແລະ ແລກປ່ຽນກັບຄົນອື່ນຕໍ່ໆໄປ. ພວກເຮົາໃຫ້ຄຸນຄ່າກັບການພັດທະນາຕົນເອງດ້ວຍການສ້າງແຮງຈູງໃຈໂດຍເຫັນເຖິງທ່າແຮງ ແລະ ເຂົ້າໃຈບັນຫາທີ່ແທ້ຈິງຈາກການສະໜັບສະໜູນຂອງຄົນອ້ອມຂ້າງ ແລະ ບັນດາກັນລະຍານະມິດ ເພື່ອກ້າວໄປເຖິງການກຸ້ມຕົນເອງ, ຊຸມຊົນ ແລະ ສັງຄົມ. ຄວາມຮັບຜິດຊອບຂອງທີມງານຕໍ່ພາລະກິດຄື ອຳນວຍຄວາມສະດວກໃນການເສີມສ້າງຄວາມສາມາດແບບບູລະນາການ ແລະ ຮັບປະກັນຄຸນນະພາບດ້ານສິ່ງແວດລ້ອມ, ໂພຊະນາການ, ພັດທະນາໄວໜຸ່ມ ແລະ ການຮຽນຮູ້ຊຸມຊົນເພື່ອຄວາມຢູ່ດີມີສຸກຂອງຄົນລາວ ແລະ ວິໄສທັດຄື ເປັນຕົ້ນແບບທີ່ສ້າງແຮງຈູງໃຈ ແລະ ເສີມສ້າງຄວາມອາດສາມາດດ້ານການພັດທະນາຕົນເອງ ແລະ ຊຸມຊົນແບບຮອບດ້ານ. ເປົ້າໝາຍໝາຍໃນໄລຍະ 3ປີຂອງສູນພັດທະນາຊົນນະບົດຄື ເປັນມືອາຊີບ ແລະ ມີຄັງຄວາມຮູ້ດ້ານການສຶກສາສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເຄື່ອງມືການຮຽນຮູ້ຊຸມຊົນ ຜ່ານການເສີມສ້າງຄວາມສາມາດຂອງໄວໜຸ່ມ ແລະ ແມ່ຍິງໃຫ້ໄດ້ 20 ຊຸມຊົນພາຍໃນໄລຍະ 3 ປີ.
ຈຸດປະສົງຂອງຕຳແໜ່ງ
ພະນັກງານຮຽນຮູ້ໂຄງການສຶກສາສິ່ງແວດລ້ອມ ແລະ ການປັບຕົວຕໍ່ການປ່ຽນແປງສະພາບດີນຟ້າອາກາດ ແມ່ນຜູ້ທີ່ມີຄວາມສົນໃຈໃນການຮຽນຮູ້ການຜະລິດສື່ເພື່ອການຮຽນຮູ້ດ້ານສຶ່ງແວດລ້ອມ ແລະ ການພັດທະນາຊຸມຊົນ, ເປັນຜູ້ສະໜັບສະໜຸນທີມງານໃນການຈັດຕັ້ງປະຕິບັດກິດຈະກຳໃນ 2 ແຂວງເປົ້າໝາຍຂອງໂຄງການ ແລະ ຊ່ວຍປະສານງານກັບຊຸມຊົນ.
ການລາຍງານ
ພະນັກງານຮຽນຮູ້ໂຄງການສຶກສາສິ່ງແວດລ້ອມ ແລະ ການປັບຕົວຕໍ່ການປ່ຽນແປງສະພາບດີນຟ້າອາກາດ ແມ່ນລາຍງານໂດຍກົງຕໍ່ຫົວໜ້າແຜນງານສຶກສາ
ໜ້າທີ່ຮັບຜິດຊອບຫຼັກ:
- ຮຽນຮູ້ການຈັດຕັ້ງປະຕິບັດ ແລະ ຕິດຕາມກິດຈະກຳຂອງໂຄງການຮ່ວມກັບທີມງານ;
- ຮຽນຮູ້ປະສານງານກັບເຄືອຂ່າຍ, ຄູ່ຮ່ວມງານພາກລັດ ແລະ ຊຸມຊົນ;
- ຮຽນຮູ້ການຂື້ນແຜນງົບປະມານ ແລະ ແຜນກິດຈະກຳພ້ອມທັງບົດລາຍງານກິດຈະກຳຕ່າງໆ;
- ຮຽນຮູ້ການສ້າງແຜນໃນການເຜີຍແຜ່ເນື້ອຫາໃນຊ່ອງທາງອອນລາຍຂອງສູນພັດທະນາຊົນນະບົດ;
- ຮຽນຮູ້ການຜະລິດສື່ການຮຽນຮູ້;
- ຊ່ວຍວຽກອື່ນໆຂອງສູນ, ໂຄງການຕາມການມອບໝາຍຂອງຜູ້ຈັດການໂຄງການ ແລະ ຜູ້ອຳນວຍການສູນພັດທະນາຊົນນະບົດ.
ຄວາມຮັບຜິດຊອບ
- ມີຄວາມຮັບຜິດຊອບຕົນເອງ ແລະ ວຽກງານທີ່ຖືກມອບໝາຍ
- ເປັນເຈົ້າການຕົນເອງໃນການປະຕິບັດໜ້າທີ່ຂອງຕົນເອງ.
- ສ້າງບັນຍາກາດ ແລະ ສະພາບແວດລ້ອມທີ່ດີໃຫ້ຕົນເອງ ແລະ ທີມງານໃນການເຮັດວຽກ.
ຄວາມກະຕືລືລົ້ນ
- ວາງເປົ້າໝາຍໃນການຮຽນຮູ້, ພັດທະນາຕົນເອງ
ການຮ່ວມມື
- ສ້າງ ແລະ ຮັກສາມິດຕະພາບທີ່ດີກັບ ເພື່ອນຮ່ວມງານ, ທີມງານ ທັງພາຍໃນ ແລະ ພາຍນອກ.
- ມີມະນຸດສໍາພັນ, ເປັນຜູ້ຟັງທີດີ ແລະ ເປີດໃຈໃນການຮຽນຮູ້
ຄວາມຄິດສ້າງສັນ
- ສະເໜີການພັດທະນາ ແລະ ສົ່ງເສີມ ການນຳໃຊ້ນະວັດຕະກຳໃໝ່ໆ.
- ສະເໜີ ແລະ ອອກແບບສື່ເພື່ອການຮຽນຮູ້ທີ່ກ່ຽວຂອງເຂົ້າໃນວຽກງານຂອງຕົນເອັງ ແລະ ອົງກອນ.
ຄວາມຊື່ສັດ
- ມີຄວາມຊືສັດບໍລິສຸດຕໍ່ອົງກອນ, ເປີດເຜີຍ ແລະ ໂປ່ງໃສ່.
ຄຸນວຸດທິ ແລະ ປະສົບການ
- ຈົບຊັ້ນສູງ ຫຼື ປະລິນຍາຕີໃນສາຂາການສື່ສານ ຫຼື ການອອກແບບ Graphic Design .
- ຖ້າມີທັກສະໃນການຜະລິດສື່ຈະພິຈາລະນາເປັນພິເສດ.
- ມີຄວາມກະຕືລືລົ້ນ, ຢາກຮຽນຮູ້ໃນວຽກງານດ້ານສິ່ງແວດລ້ອມ, ການປະສານງານ ແລະ ການສື່ສານ
- ມີຄວາມສາມາດໃນການສ້າງສາຍພົວພັນທີດີ ກັບຄູ່ຮ່ວມງານ, ທີມງານ, ພາກລັດ ແລະ ຊຸມຊົນ.
- ມີທັກສະດ້ານການສື່ສານ, ການປະສານງານ, ເຈລະຈາຕໍ່ລອງ, ທັກສະການເຂົ້າຫາຄົນ.
- ມີຄວາມອົດທົນ, ສື່ສັດ, ໂປ່ງໃສ່ ແລະ ຍອມຮັບຟັງ.
- ມີຄວາມຮັບຜິດຊອບສູງ, ມີແນວຄິດສ້າງສັນ ແລະ ລີເລີ່ມ.
- ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ແລະ ເຮັດວຽກມີປະສິດທິຜົນ.
