ເປີດຮັບສະໝັກໄວໜຸ່ມເຂົ້າຮ່ວມໂຄງການ I4Future
ໂຄງການ “ຮຽນຮູ້ເພື່ອອະນາຄົດ” ຫຼື “I4Future” ເປັນໂຄງການທີ່ມີເປົ້າໝາຍທີ່ໃນການພັດທະນາໄວໜຸ່ມ ໂດຍສະເພາະໃນກຸ່ມອາຍຸ 17-25 ປີ ຜ່ານການຝຶກອົບຮົບວິຊາຊີບເປັນເວລາ 9 ເດືອນແບບກິນນອນພັກເຊົ່າຢູ່ຮ່ວມກັນ ແລະ ບວກກັບຕິດຕາມພວກເຂົາເປັນເວລາ 1 ປີ ຫຼັງຈາກຝືກອົບຮົມ ເຊິ່ງເປັນການພັດທະນາໄວໜຸ່ມເພື່ອສ້າງຄວາມອາດສາມາດໃຫ້ແກ່ພວກເຂົາເພື່ອເສີມຂະຫຍາຍການຈ້າງງານ ແລະ ຮຽນຮູ້ການເປັນຜູ້ປະກອບການທຸລະກິດເພື່ອສັງຄົມ.
ເງື່ອນໄຂໃນການເຂົ້າຮ່ວມໂຄງການ
- ໄວໝຸ່ມທີ່ຮຽນຈົບ ມ7 ຫຼື ວ່າງງານ, ມີອາຍຸລະຫວ່າງ 17 – 25 ໃນທົ່ວປະເທດ;
- ສາມາດເຂົ້າຮ່ວມຝຶກອົບຮົມເປັນ ເວລາ 9 ເດືອນເຕັມ ຢູ່ນະຄອນຫຼວງວຽງຈັນ (ເດືອນ 2-10/2026) ໂດຍທີ່ເຮົາມີເງິນເບ້ຍລ້ຽງໃນແຕ່ລະເດືອນ ແລະ ຮັບຜິດຊອບຄ່າກິນ, ທີ່ພັກ ແລະ ຄ່າເດີນທາງໄປ – ກັບ;
- ມີຄວາມຮັບຜິດຊອບສູງ, ມີແນວຄິດສ້າງສັນ ແລະ ລິເລີ້ມ;
- ມີຄວາມອົດທົນສູງ, ມີຄວາມຕັ້ງໃຈໃນການພັດທະນາຕົນເອງ ແລະ ສາມາດຮັບແຮງກົດດັນໄດ້ ;
- ໄວໜຸ່ມທີ່ອາໄສໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ແມ່ຍິງ, ຜູ້ຊາຍ ແລະ ກຸ່ມຄົນຫຼາກຫຼາຍທາງເພດແມ່ນກຸ່ມເປົ້າໝາຍຫຼັກຂອງໂຄງການ.
ຫຼັກສູດ ແລະ ຫົວຂໍ້ການຮຽນຮູ້
ໃນໄລຍະການຮຽນຮູ້ແມ່ນແບ່ງອອກເປັນ 3 ໄລຍະຄື:
ໄລຍະການຮຽນຮູ້ເພື່ອໂຕເອງ (For Myself) :
- ການຮຽນຮູ້ຕົນເອງ ແລະ ຜູ້ອື່ນຜ່ານການເຮັດວຽກເປັນທີມ ແລະ ພາວະຜູ້ນຳ
- ສຸຂະພາບໄວຈະເລີນພັນ, ສຸຂະພາບສ່ວນບຸກຄົນ ແລະ ການປະຖົມພະຍານບານ
- ການບໍລິຫານເງິນສ່ວນບຸກຄົນ ແລະ ການລົງທຶນ
- ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຮູ້ເທົ່າທັນສື່
- ການມີສ່ວນຮ່ວມ ແລະ ຄວາມຫຼາກຫຼາຍທາງເພດ
ໄລຍະການຮຽນຮູ້ເພື່ອສັງຄົມ (For Other) :
- ການເປັນຜູ້ປະກອບການທຸລະກິດເພື່ອສັງຄົມ
- ການຂຽນແຜນ ແລະ ວາງແຜນດໍາເນີນທຸລະກິດ
- ການເປັນຜູ້ອໍານວຍຄວາມສະດວກ
- ການຜະລິດສື່ເພື່ອສ້າງຈິດສໍານືກໃນສັງຄົມ
- ການຄຸ້ມຄອງ ແລະ ບໍລິຫານໂຄງການ
- ການຊ່ວຍເຫຼືອ ແລະ ການພັດທະນາຄົນພິການ
ການລົງຝືກງານ (Internship):
ໃນການລົງຝືກງານແມ່ນຈະໄດ້ລົງຝືກງານກັບບັນດາຄູ່ຮ່ວມງານຂອງພວກເຮົາ ເຊິ່ງຈະໄດ້ແບ່ງອອກເປັນ 2 ສາຍຄື:
- ການເປັນຜູ້ປະກອບການທຸລະກິດເພື່ອສັງຄົມ
- ການຜະລິດສື່ສໍາລັບສັງຄົມອອນລາຍ
