We-ACT

ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.

ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.

ຖ່າຍຮູບພາບໂດຍ

ສະຖານທີ່: ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ

ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?

ຮູບທີ 1

ຊື່ຮູບພາບ: ເດັກນ້ອຍ

“ຜູ້ນີ້ໄດ້ກິນສ່ວນຜູ້ນີ້ລະບໍ່ໄດ້ກິນ ເຊິ່ງແມ່ນກໍາລັງກິນຢູ່”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ຮູບທີ 2

ຊື່ຮູບພາບ: ຂີ້ເຫຍື້ອ

“ມັນເປື້ອນ, ມີຖົງຢາງ, ມີໃບໄມ້, ມີເຈ້ຍ, ມີຂີ້ເຫຍື້ອຫຼາຍໆອັນ ຍ້ອນມັນເປື້ອນຈຶ່ງຖ່າຍມາໃຫ້ເບິ່ງ ແລະ ມັນເປັນບັນຫາ”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ຮູບທີ 3

ຊື່ຮູບພາບ: ຂີ້ເຫຍື້ອເປັນລະບຽບດີ

“ຍ້ອນວ່າຢາກໃຫ້ຜູ້ອື່ນເບິ່ງນໍາວ່າຕ້ອງມີກະຕ່າຂີ້ເຫຍື້ອຢູ່ເຮືອນ”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ຮູບທີ 4

ຊື່ຮູບພາບ: ຕົ້ນໝາກນັດ

“ຢາກໄດ້ໝາກໄມ້ຫຼາຍຊະນິດຄືໝາກນັດ”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ

ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.

ຮູບພາບຄັດເລືອກກິດຈະກຳບູລິມະສິດ ບ້ານຈອມໝອກ 2 ຕຸລາ 2024
ຮູບພາບການຮ່ວມວາງແຜນກິດຈະກຳ ຫົວຂໍ້: ການຈັດການຂີ້ເຫຍື້ອ ບ້ານຈອມໝອກ 13 ພະຈິກ 2024
ຮູບພາບການສ້າງເຕົາເຜົາຊີວະມວນ 2 ເຕົາ ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 22-23 ມັງກອນ 2025
ຮູບພາບການສ້າງເຕົາເຜົາຊີວະມວນ 2 ເຕົາ ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 22-23 ມັງກອນ 2025

ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ

ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?

ຖ່າຍຮູບພາບໂດຍ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ຫ້ອງນໍ້າ

“ແຕ່ກີ້ອາຄາ ບໍ່ເຄີຍໃຊ້ຫ້ອງນ້ຳ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ນ້ຳລິນ

“ເມື່ອກ່ອນແມ່ຍິງໄປຕັກນ້ຳຢູ່ໄກ ປະຈຸບັນມີນ້ຳໃຊ້ຢູ່ມໍເຮືອນ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ເສັ້ນທາງເຂົ້າບ້ານ

“ເຮັດໃຫ້ການໄປມາສະດວກ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ

ຊື່ຮູບພາບ: ຫ້ອງນ້ຳຂອງລອງແພ

“ສະດວກຕອນຝົນຕົກບໍ່ໄດ້ແລ່ນເຂົ້າປ່າ ແລະ ມີສຸຂະອະນາໄມ”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ

ຊື່ຮູບພາບ: ຮ້ານຂາຍເຄື່ອງຂອງນາງມີຕິ

“ສ້າງລາຍຮັບໃຫ້ຄອບຄົວ”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ

ຊື່ຮູບພາບ: ຕົ້ນໄມ້ໃຫ້ໝາກ

“ຢາກໃຫ້ມີຫມາກໄມ້ກີນ ແລະ ມີຮົ່ມ​ ແລະ ບໍ່ຈໍາເປັນໄປຊື້ຢູ່ບ່ອນອື່ນ”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025