We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1 ສິ່ງທ້າທາຍ
ຊື່ຮູບພາບ: ປະເພນີ ທີ່ຜູ້ຊາຍເຮັດໄດ້ ແຕ່ ຜູ້ຍິງເຮັດບໍ່ໄດ້
“ປະເພນີ, ຮີດຄອງ ແລະ ຜູ້ຍິງບໍ່ສາມາດເຮັດໄດ້ມີແຕ່ຜູ້ຊາຍ”
ຮູບທີ 2 ສິ່ງທ້າທາຍ
ຊື່ຮູບພາບ: ແມ່ລູກອ່ອນ
“ເພາະວ່າແມ່ຍິງບໍ່ສາມາດເຂົ້າຮ່ວມກອງປະຊຸມນໍາເພິ່ນໄດ້ ຢາກໃຫ້ຜູ້ຊາຍໄດ້ຮູ້ວ່າແມ່ຍິງເຮົາກໍຢາກໄປແຕ່ໄປບໍ່ໄດ້ຍ້ອນວ່າຄາເອົາລູກເອົາຫຼານ”
ຮູບທີ 3 ໂອກາດ
ຊື່ຮູບພາບ: ໝູ
“ການໃຫ້ອາຫານ ໝູ,ໄກ່ ແລະ ເປັດ ເຊິ່ງຜູ້ຍິງ ຫຼື ຜູ້ຊາຍກໍສາມາດເຮັດໄດ້ການລ້ຽງໝູສາມາດຂາຍໄດ້ມາແລກເປັນເງີນ”
ຮູບທີ 4 ໂອກາດ
ຊື່ຮູບພາບ: ບັນຍາກາດສວຍງາມ
“ຜູ້ຍິງກໍສາມາດເຮັດນາ-ປູກອ້ອຍໄດ້”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຂຸດທໍ່
“ເຮົາເປັນນັກວິໄຈຂອງບ້ານໄດ້ສະເໜີເລື່ອງນໍ້າແລ້ວກໍ່ໄດ້ຮັບ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຖັງນ້ຳ
“ໄດ້ຖັງນ້ຳແລ້ວເປີດໃຊ້ນ້ຳໄດ້ເລີຍ”
ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຮົ້ວກ໋ອກນ້ຳ
“ບໍ່ໃຫ້ໝູເຂົ້າ ແລະ ມີຄວາມສະອາດ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ກະຕ່າຂີ້ເຫຍື້ອໃນເຮືອນ
“ຕອນບໍ່ມີກະຕ່າໄດ້ຖີ້ມຊະຊາຍຕອນນີ້ມີແລ້ວ”
ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ເພື່ອຄວາມປອດໄພ
“ເວລາໃດເຮົາກໍ່ຕົ້ມນໍ້າກີນ”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ແປງເພດານເພ
“ຢາກເຮັດປັບປຸງໃຫ້ດີກວ່ານີ້ຢູ່ໂຮງຮງນ”
