We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ສະຖານທີ່:
ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ
ວັນທີ 23 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1 ສິ່ງທ້າທາຍ
ຊື່ຮູບພາບ: ບໍ່ມີຕົ້ນໄມ້ຈຶ່ງມີນ້ຳ
“ບໍ່ມີນ້ຳຫັ້ນເນາະລຳບາກຕໍ່ຜູ້ຍິງຫຼາຍ ຕ້ອງໄດ້ຕື່ນແຕ່ເຊົ້າ ເພື່ອໄປຕັກນ້ຳ ຄັນເຮົາບໍ່ໄດ້ໄປຊ້າ ຫຼືວ່າ ນ້ຳກໍ່ ນ້ຳກໍບໍ່ມີອາບເນພວກຢູ່ເທິງພຸ້ນກໍ່ໄດ້ມາອາບຢູ່ລຸ່ມພຸ້ນໝົດເນ”
ຮູບທີ 2 ສິ່ງທ້າທາຍ
ຊື່ຮູບພາບ: ຖີ້ມຂີ້ເຫຍື້ອຊະຊາຍ
“ອ່າ ຢາກໃຫ້ຮູ້ແບບໄປຖີ້ມຂີ້ເຫຍື້ອຊະຊາຍມັນເຮັດໃຫ້ເປື້ອນເນາະ ເຮັດໃຫ້ເປື້ອນລະກະມີໂຕຍຸງໂຕຫຍັງແດ່ບາດນິ”
ຮູບທີ 3 ໂອກາດ
ຊື່ຮູບພາບ: ກະມະມາມື
“ລຳບາກລະ ລູກເຈັບປ່ວຍໜັກກໍຄັນຝົນຕົກລະໄປມາບໍ່ໄດ້ ໄປຫາໝໍບໍ່ໄດ້ ຖືພາລະຊິໄປຄອດກໍບໍ່ໄດ້ຈິນະ ໄປມາລຳບາກ”
ຮູບທີ 4 ໂອກາດ
ຊື່ຮູບພາບ: ຈັກ
“ອ່າ ຢາກໃຫ້ຮູ້ແບບໄປຖີ້ມຂີ້ເຫຍື່ອຊະຊາຍມັນເຮັດໃຫ້ເປື້ອນເນາະ ເຮັດໃຫ້ເປື້ອນລະກະມີໂຕຍຸງໂຕຫຍັງແດ່ບາດນິ”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ດິນບັອກສ້າງເຮືອນ
“ຍາມຊື້ບໍ່ໄດ້ມີແຕ່ໄດ້ຕັດໄມ້ຊາງແປງເຮືອນ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ເສົາແປງເຮືອນ
“ດຽວນີ້ສາມາດຊື້ເສົາແປງເຮືອນໄດ້”
ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ກ໋ອກນໍ້າ
“ມີນໍ້າໃຊ້ໃນເຮືອນບໍ່ລໍາບາກໄປຕັກນໍ້າ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ຕູ້ເຢັນ
“ຍາມບໍ່ມີຕູ້ເຢັນໄດ້ກີນແຕ່ຊີ້ນແຫ້ງກັບຊີ້ນເນົ່າ”
ຮູບທີ 5 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ຫ້ອງການບ້ານ
“ມັນເພໝົດແລ້ວຢາກປັບປຸງ”
