We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ສະຖານທີ່:
ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ
ວັນທີ 21 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1 ສິ່ງທ້າທາຍ
ຊື່ຮູບພາບ: ຖີ້ມຊີ້ເຫຍີ້ອຊະຊາຍ
“ຄົນອື່ນຈະເບິ່ງວ່າບ້ານເຮົາຖີ້ມຂີ້ເຫຍື້ອຊະຊາຍ, ບໍ່ສະອາດ, ຈະຂຸດຂຸມແລ້ວເອົາຂີ້ເຫຍີ້ອໄປຖີ້ມ ແລະ ໄປຈູດຢູ່ຫັນ, ມັກງ່າຍບໍ່ຮູ້ຜົນກະທົບຂອງມັນ, ຖີ້ມຂີ້ເຫຍື້ອຊະຊາຍ”
ຮູບທີ 2 ສິ່ງທ້າທາຍ
ຊື່ຮູບພາບ: ທາງເປື້ອນ,ທາງເພ່
“ເຫັນວ່າມັນເປື້ອນທຽວທາງລໍາບາກ ມັນບໍ່ມີຮ່ອງລະບາຍນໍ້າເຮົາຕ້ອງໄດ້ຂຸດ”
ຮູບທີ 3 ໂອກາດ
ຊື່ຮູບພາບ: ດິນເປົ່າວ່າງ
“ໃຜກໍມີດິນເປົ່າວ່າງຫຼາຍສາມາດຂຸດຂຸມຂີ້ເຫຍື້ອໄດ້ ແລະ ຖີ້ມຢູ່ຫັນໄດ້”
ຮູບທີ 4 ໂອກາດ
ຊື່ຮູບພາບ: ຄອກໝູ່ແຍກລ້ຽງຢູ່ນອກບ້ານຢູ່ໄກເຮືອນ
“ຖ່າຍມາຍ້ອນຢາກໃຫ້ຫຼາຍຄົນເບິ່ງວ່າຄັນເຮັດຄອກແບບນີ້ມັນສະອາດ, ບໍ່ເໝັນ ຢາກໃຫ້ຄົນອື່ນເຫັນເປັນແບບຢ່າງເຫັນເປັນແບບຢ່າງ”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ລົດໃຫຍ່12ລໍ້
“ດຽວນິມີລົດ12ລໍ້ ເຂົ້າມາແຕ່ກ່ອນບໍ່ເຄີຍໄດ້ເຫັນ ແຕ່ວ່າບໍ່ແມ່ນລົດຂອງຂ້ອຍ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ສຸກສາລາບ້ານຂ້ອຍ
“ສະດວກໃຊ້ບໍລິການເວລາເຈັບເປັນ ຫຼື ຖືພາ”
ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຄອກໝູ
“ມີຄວາມສະອາດໃນບ້ານເພາະໄດ້ລ້ຽງໃນຄອກໄກເຮືອນ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ກະຕ່າຂີ້ເຫຍື້ອ
“ແຕ່ກິຖິ້ມຂິ້ເຫຍື້ອຊະຊາຍ ດຽວນິມີຄວາມສະອາດ ບໍ່ຖິ້ມຊະຊາຍ ສະດວກສະບາຍ”
ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ຫ້ອງນ້ຳ
“ແຕ່ກີ້ບໍ່ມີຫ້ອງ ນ້ຳໃຊ້ ດຽວນິ ມີຫ້ອງນ້ຳໃຊ້ ສະດວກ ຄົນ ໃນຄຄ ບໍ່ໄດ້ຖ່າຍຊະຊາຍ”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ທາງຊອຍເຂົ້າບ້ານ
“ຢາກໃຫ້ມີຮອງລະບາຍນໍ້າປັບປຸງໃຫ້ດີຂື້ນຢາກໃຫ້ປູແຮ່ ເພາະຍາມຝົນທຽວບໍ່ໄດ້”
