We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ສະຖານທີ່:
ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ
ວັນທີ 21 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1 ສິ່ງທ້າທາຍ
ຊື່ຮູບພາບ: ຫ້ອງນໍ້າເປເພ່ບໍ່ສາມາດເຂົ້າໄດ້
“ມັນເຂົ້າບໍ່ໄດ້ເຮົາກະເລີຍໄປຖ່າຍຊະຊາຍມັນບໍ່ດີ ຕ້ອງໄດ້ເຮັດ, ປັບປຸງ, ຕ້ອງມີນໍ້າໃຊ້ທີ່ພຽງພໍ”
ຮູບທີ 2 ສິ່ງທ້າທາຍ
ຊື່ຮູບພາບ: ເຮືອນ
“ມັນເປື້ອນ, ເມັນມີຜົນກະທົບຕໍ່ສຸຂະພາບ ລ້ຽງແບບນີ້ມັນບໍ່ງາມ ແລະ ບໍ່ດີ ແລະ ເຮົາລ້ຽງແບບນີ້ມັນມີໂຕຍຸງຫຼາຍ”
ຮູບທີ 3 ໂອກາດ
ຊື່ຮູບພາບ: ທາງບໍລິສັດທາງໄປສວນ
“ຢາກໃຫ້ມີຕົ້ນໄມ້ຫຼາຍໆແລ້ວຈະບໍ່ຂາດນໍ້ຄືດຽວນີ້ນໍ້າເຮົາບໍ່ພຽງພໍຢາກໃຫ້ມີຕົ້ນໄມ້ຫຼາຍໆ”
ຮູບທີ 4 ໂອກາດ
ຊື່ຮູບພາບ: ທາງເຈື່ອນ, ເປເພ່
“ຄືຕອນນັ້ນເປັນເສັ້ນທາງຍ່າງແຕ່ຕອນນີ້ມີລົດຈົກ, ລົດໃຫ່ຍ ແຕ່ຖ້າວ່າເຈື່ອນໜ້ອຍເຮົາກໍສາມາດແປງໄດ້ແຕ່ວ່ານີ້ເຈື່ອນຫຼາຍເຮົາບໍ່ມີລົດຈົກລົດໄຖບໍ່ສາມາດແປງໄດ້”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຫ້ອງນໍ້າ
“ແຕ່ກີ້ອາຄາ ບໍ່ເຄີຍໃຊ້ຫ້ອງນ້ຳ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ນ້ຳລິນ
“ເມື່ອກ່ອນແມ່ຍິງໄປຕັກນ້ຳຢູ່ໄກ ປະຈຸບັນມີນ້ຳໃຊ້ຢູ່ມໍເຮືອນ”
ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ເສັ້ນທາງເຂົ້າບ້ານ
“ເຮັດໃຫ້ການໄປມາສະດວກ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ຫ້ອງນ້ຳຂອງລອງແພ
“ສະດວກຕອນຝົນຕົກບໍ່ໄດ້ແລ່ນເຂົ້າປ່າ ແລະ ມີສຸຂະອະນາໄມ”
ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ຮ້ານຂາຍເຄື່ອງຂອງນາງມີຕິ
“ສ້າງລາຍຮັບໃຫ້ຄອບຄົວ”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ຕົ້ນໄມ້ໃຫ້ໝາກ
“ຢາກໃຫ້ມີຫມາກໄມ້ກີນ ແລະ ມີຮົ່ມ ແລະ ບໍ່ຈໍາເປັນໄປຊື້ຢູ່ບ່ອນອື່ນ”
