We-ACT

ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.

ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.

ຖ່າຍຮູບພາບໂດຍ

ສະຖານທີ່: ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ

ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?

ຮູບທີ 1 ສິ່ງທ້າທາຍ

ຊື່ຮູບພາບ: ຢໍເຢາະ

“ຄັນຖີ້ມແນວນີ້ມັນເປື້ອນໃນຕົວເຮົາ ເວລາແມງວັນໄປຕອມ ແລ້ວມາຕອມຂອງກິນຂອງເຮົາ ແລ້ວເຮົາມາກິນເຂົ້າໄປແລ້ວເຮັດໃຫ້ສຸຂະພາບເຮົາເສຍ ເວລາຂີ້ເຫຍື້ອໄຫຼລົງນໍ້າແລ້ວປາກໍ່ໄປກິນຂີ້ເຫຍື້ອ ແລ້ວເຮົາໄປກິນປາແລ້ວພະຍາດກໍຕິດເຮົາ”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ຮູບທີ  2 ສິ່ງທ້າທາຍ

ຊື່ຮູບພາບ: ກະມະ

“ເສັ້ນທາງເປັນແນວນີ້ໄປມາກໍຍາກເວລາຝົກຕົກ ມັນມື່ນ ເວລາຊິໄປຫາກິນກໍຍາກ ເວລາຊິຝາກທ້ອງເຮົາກໍບໍ່ກ້າໄປເພາະເຮົາຢ້ານລົ້ມ”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ຮູບທີ 3 ໂອກາດ

ຊື່ຮູບພາບ: ປຸຂະ

“ເດີ່ນບ້ານສະອາດ ຄັນບໍ່ຖີ້ມຂີ້ເຫຍື້ອຊະຊາຍ ເກັບມ້ຽນ ກໍສະອາດແບບນີ້”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ຮູບທີ 4 ໂອກາດ

ຊື່ຮູບພາບ: ອະບໍ

“ຢາກໃຫ້ມີຕົ້ນໄມ້ແບບນີ້ ມັນງາມ ບໍ່ຢາກໃຫ້ເຂົາຖາງເຮັດຟືນ ຫຼື ວ່າເຮັດໄຮ່”

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024

ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ

ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.

ຮູບພາບຄັດເລືອກກິດຈະກຳບູລິມະສິດ ບ້ານຈອມໝອກ 2 ຕຸລາ 2024
ຮູບພາບການຮ່ວມວາງແຜນກິດຈະກຳ ຫົວຂໍ້: ການຈັດການຂີ້ເຫຍື້ອ ບ້ານຈອມໝອກ 13 ພະຈິກ 2024
ຮູບພາບການສ້າງເຕົາເຜົາຊີວະມວນ 2 ເຕົາ ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 22-23 ມັງກອນ 2025
ຮູບພາບການສ້າງເຕົາເຜົາຊີວະມວນ 2 ເຕົາ ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 22-23 ມັງກອນ 2025

ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ

ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?

ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ນ້ຳກ໋ອກ

ຫາກໍ່ມີເອົາໄວ້ໃຊ້ກອກນໍ້າບໍ່ໃຫ້ເປື້ອນ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ລໍດູ

“ແຕ່ກ່ອນບໍ່ເຄີຍມີ ມີໄວ້ໃຫ້ສະດວກໃນການໃຊ້ນ້ຳ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ຢາຄູ

“ແຕ່ກ່ອນບໍ່ໄດ້ລ້ອມຮົ້ວ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ

ຊື່ຮູບພາບ: ເຮືອນຈອງແພ

“ໄດ້ລ້ຽງເປັດເພີ່ມຂຶ້ນຢາກແຕ່ກ່ອນ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ

ຊື່ຮູບພາບ: ເຮືອນມີໂຕ

“ແຕ່ກ່ອນບໍ່ມີດຽວນີ້ສະດວກມີບ່ອນເກັບນ້ຳໃຊ້

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025

ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ

ຊື່ຮູບພາບ: ຈອງແພ ແລະ ມີໂຕ

“ຢາກເຫັນຮ່ອງລະບາຍນໍ້າທີ່ມີທໍ່ຫລື ກໍ່ສີມັງ

ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 4 ມີນາ 2025