ສູນພັດທະນາຊົນນະບົດ
Rural Development Agency
ຄວາມເຊື່ອ
ສູນພັດທະນາຊົນນະບົດ ເຊື່ອວ່າ ທຸກຄົນມີພາວະຜູ້ນໍາໃນຕົນເອງທີ່ສາມາດສ້າງການປ່ຽນແປງໄດ້ຕະຫຼອດເວລາ ຖ້າຫາກວ່າພວກເຂົາໄດ້ແລກປ່ຽນສົນທະນາໃນບັນຍາກາດຂອງການຮຽນຮູ້ທີ່ແທ້ຈິງ ເຊິ່ງຈະພາໃຫ້ເກີດຄວາມກ້າໃນການຕັດສີນໃຈລົງມືເຮັດ ແລະ ແລກປ່ຽນກັບຄົນອື່ນຕໍ່ໆໄປ.
ຄວາມເປັນມາ
ສູນພັດທະນາຊົນນະບົດ ແມ່ນຫ້ອງການເອກະຊົນທີ່ຈົດທະບຽນ ແລະ ເສຍອາກອນຕາມກົດໝາຍ ໂດຍແມ່ນຄົນລາວເປັນຜູ້ດຳເນີນທຸລະກິດບົນພື້ນຖານຫລັກການທີ່ບໍ່ຫວັງຜົນກໍາໄລ. ສູນພັດທະນາຊົນນະບົດໄດ້ສ້າງຕັ້ງຂຶ້ນແຕ່ປີ 2009 ໂດຍມີ ສູນອົບຮົມຮ່ວມພັດທະນາ (PADETC) ເປັນຜູ້ຊີ້ນໍາ ໃນຊື່ຂອງ ສວນໄມ້ລາວ.
ຄວາມເປັນມາ
ສູນພັດທະນາຊົນນະບົດ ແມ່ນຫ້ອງການເອກະຊົນທີ່ຈົດທະບຽນ ແລະ ເສຍອາກອນຕາມກົດໝາຍ ໂດຍແມ່ນຄົນລາວເປັນຜູ້ດຳເນີນທຸລະກິດບົນພື້ນຖານຫລັກການທີ່ບໍ່ຫວັງຜົນກໍາໄລ. ສູນພັດທະນາຊົນນະບົດໄດ້ສ້າງຕັ້ງຂຶ້ນແຕ່ປີ 2009 ໂດຍມີ ສູນອົບຮົມຮ່ວມພັດທະນາ (PADETC) ເປັນຜູ້ຊີ້ນໍາ ໃນຊື່ຂອງ ສວນໄມ້ລາວ ທີ່ໄດ້ສຸມໃສ່ວຽກພັດທະນາໄວໜຸ່ມ ແລະ ລະບົບນິເວດແບບເສື່ອມສານກັບການສຶກສາ ແລະ ການພັດທະນາຊຸມຊົນ. ສວນໄມ້ລາວ ເຊິ່ງຕໍ່ມາໄດ້ປ່ຽນຊື່ເປັນ ສູນພັດທະນາຊົນນະບົດ ຫຼື RDA ໃນປີ 2015. ສູນພັດທະນາຊົນນະບົດ ໄດ້ສືບຕໍ່ຢ່າງຕໍ່ເນື່ອງໃນການພັດທະນາ ແລະ ການມີສ່ວນຮ່ວມໃນຫຼາຍໂຄງການທີ່ກ່ຽວກັບວຽກ ສຸຂານາໄມ, ໂພຊະນາການ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງຄວາມອາດສາມາດໃຫ້ໄວໜຸ່ມ ທັ່ງນີ້ ສູນພັດທະນາຊົນນະບົດຍັງມີປະສົມການ ແລະ ເຂື່ອຂ່າຍທີ່ຫຼາກຫຼາຍ ແລະ ຍັງໄດ້ຮ່ວມງານກັບບັນດາໄວໜຸ່ມ, ຊຸມຊົນ, ອົງການຈັດຕັ້ງທ້ອງຖີ່ນ ໃນການສົ່ງເສີມການພັດທະນາຊຸມຊົນແບບຍືນຍົງໃນ ສປປ ລາວ.
ວິໄສທັດ
ເປັນຕົ້ນແບບທີ່ສ້າງແຮງຈູງໃຈ ແລະ ເສີມສ້າງຄວາມອາດສາມາດດ້ານການພັດທະນາຕົວເອງ ແລະ ຊຸມຊົນແບບຮອບດ້ານ.
ຄຸນຄ່າ
ສູນພັດທະນາຊົນນະບົດ ໃຫ້ຄຸນຄ່າກັບການພັດທະນາຕົນເອງດ້ວຍການສ້າງແຮງຈູງໃຈໂດຍເຫັນເຖິງທ່າແຮງ ແລະ ເຂົ້າໃຈບັນຫາທີ່ແທ້ຈິງຈາກການສະໜັບສະໜູນຂອງຄົນອ້ອມຂ້າງ ແລະ ບັນດາກັນລະຍານະມິດ ເພື່ອກ້າວໄປເຖິງການກຸ້ມຕົນເອງ, ຊຸມຊົນ ແລະ ສັງຄົມ.
ພາລະກິດ
ອຳນວຍຄວາມສະດວກໃນການເສີມສ້າງຄວາມສາມາດແບບບູລະນາການ ແລະ ຮັບປະກັນຄຸນນະພາບດ້ານສິ່ງແວດລ້ອມ, ໂພຊະນາການ, ພັດທະນາໄວໜຸ່ມ ແລະ ການຮຽນຮູ້ຊຸມຊົນເພື່ອຄວາມຢູ່ດີມີສຸກຂອງຄົນລາວ.
ເປົ້າໝາຍຍຸດທະສາດ
ໃນໄລຍະ 3 ປີ
(2023-2025)ສູນພັດທະນາຊົນນະບົດ ເປັນມືອາຊີບ ແລະ ມີຄັງຄວາມຮູ້ດ້ານການສຶກສາສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເຄື່ອງມືການຮຽນຮູ້ຊຸມຊົນ ຜ່ານການເສີມສ້າງຄວາມສາມາດຂອງໄວໜຸ່ມ ແລະ ແມ່ຍິງໃຫ້ໄດ້ 20ຊຸມຊົນພາຍໃນໄລຍະ 3ປີ
ຄວາມຍືນຍົງຂອງອົງກອນ
ນະໂຍບາຍ
ສູນພັດທະນາຊົນນະບົດມີຊຸດນະໂຍບາຍທີ່ຊັດເຈນດ້ານການເງີນ,ການຄຸ້ມຄອງບຸກຄະລາກອນ, ການຈັດຊື້ຈັດຈ້າງ, ລະບຽບການປະພຶດປະຕິບັດ ແລະ ລະບຽບການປົກປ້ອງຄວາມປອດໄພເດັກ.
ທີມງານ
ສູນພັດທະນາຊົນນະບົດມີພະນັກງານທີ່ມີຄວາມຮູ້ຄວາມສາມາດສະເພາະດ້ານທີ່ສາມາດຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບຜ່ານມາຢ່າງຈະແຈ້ງ ແລະ ມີຄວາມຊໍານານ. ປະຈຸບັນ (2023)ພະນັກງານທັງໝົດມີ 22ຄົນ ໂດຍແບ່ງເປັນຂັ້ນຜູ້ບໍລິຫານ 2ຄົນ, ຂັ້ນຫົວໜ້າທີມ 5ຄົນ, ວິຊາການ 13ຄົນ ແລະ ພະນັກງານຮຽນຮູ້ 2ຄົນ.
ສະຖານະ
ສູນພັດທະນາຊົນນະບົດ ຈົດທະບຽນວິສາຫະກິດສ່ວນບຸກຄົນ ກັບຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງສີສັດຕະນາກ ແລະ ຈົດທະບຽນ ແລະ ສໍາລະອາກອນກັບເມືອງສີສັດຕະນາກ.
ແຜນງານ
ຍຸດທະສາດ
1.
ການສຶກສາສິ່ງແວດລ້ອມ ແລະ ການປັບຕົວຕໍ່ການປ່ຽນແປງສະພາບດີນຟ້າອາກາດ
- ສ້າງຈິດສໍານຶກດ້ານສິ່ງແວດລ້ອມ
- ການຄ້າຂາຍສັດປ່າທີ່ຜິດກົດໝາຍ
- ການອານຸຮັກ ແລະ ການຟື້ນຟູປ່າໄມ້
2.
ໂພຊະນາການ
ແລະ ສຸຂານາໄມ
- ການຄໍ້າປະກັນດ້ານສະບຽງອາຫານ
-
ໂພຊະນາການໃນໄລຍະ 1000ວັນ
ທໍາອິດຂອງຊີວິດ - ຊຸມຊົນເປັນເຈົ້າການດ້ານວຽກງານສຸຂານາໄມ
- ສຸຂານາໄມໃນໂຮງຮຽນ
3.
ໄວໜຸ່ມ,
ແມ່ຍິງ
ແລະ ເຄືອຂ່າຍ
-
ການສົ່ງເສີມອາຊີບສີຂຽວ ແລະ
ການສ້າງລາຍຮັບ - ການສ້າງຈິດອາສາ
- ພາວະຜູ້ນໍາ
- ການຮ່ວມມືກັບບັນດາເຄືອຂ່າຍ
4.
ຕິດຕາມ,
ປະເມີນຜົນ
ແລະ ການຮຽນຮູ້
- ຕິດຕາມປະເມີນຜົນ M&E
- ສຶກສາຊຸມຊົນ
- ຄັງຄວາມຮູ້
- ສື່ສານ
ພວກເຮົາສະໜັບສະໜູນ
ຈັນຍາບັນຂອງອົງກອນ
ການບໍ່ສະໜັບສະໜູນການຊື້ຂາຍສັດປ່າແບບຜິດກົດໝາຍ
ການປົກປ້ອງຄວາມປອດໄພສໍາລັບເດັກ
ການປ້ອງກັນການຂູດຮີດ ແລະ ການລະເມີດທາງເພດ
ການບໍ່ຈໍາແນກຄວາມຫຼາກຫຼາຍທາງເພດ, ເຊື້ອຊາດ, ຊົນເຜົ່າ, ສາດສະໜາ ແລະ ທຸກການຈໍາແນກໃນສັງຄົມ
ການສະໜັບສະໜູນການປະຕິບັດ 4Rs (Reject, Reduce, Reuse, Recycle)
ຕິດຕໍ່ພວກເຮົາ
ເວລາ
8:30 AM – 5.00 PM
ວັນຈັນ – ວັນສຸກ
-
ຖະໜົນມິດຕະພາບ ໄທ-ລາວ ບ້ານວັດນາກ ຮ່ອມ 7
ເມືອງສີສັດຕະນາກ, ກຳແພງນະຄອນຫຼວງວຽງຈັນ. - +(856) 21 315 457
- ອີເມວ : info@rdalaos.org
