We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ສະຖານທີ່:
ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ
ວັນທີ 23 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1 ສິ່ງທ້າທາຍ
ຊື່ຮູບພາບ: ບໍ່ໄດ້ຮຽນ
“ສ່ວນໃຫຍ່ຈະສົ່ງແຕ່ຜູ້ຊາຍຮຽນ ຜູ້ຍິງຈະຮຽນເຮັດຫຍັງ ຮຽນໄປກະໄປຢູ່ນໍາຜູ້ອື່ນ ແລະ ຖ້າມີນ້ອງຊາຍກໍຈະສົ່ງນ້ອງຊາຍໄປຮຽນ”
ຮູບທີ 2 ສິ່ງທ້າທາຍ
ຊື່ຮູບພາບ: ຜູ້ຊາຍໄປປະຊຸມ
“ອັນທີ່ຜູ້ຍິງເຮັດບໍ່ໄດ້ແຕ່ຜູ້ຊາຍເຮັດໄດ້ ໄປປະຊຸມອັນໃດຜູ້ຊາຍກໍໄປແທນໄດ້ ເພາະວ່າຜູ້ຍິງຄາເອົາລູກຢູ່ບ້ານ”
ຮູບທີ 3 ໂອກາດ
ຊື່ຮູບພາບ: ຖິ້ມຂີ້ເຫຍື້ອຊະຊາຍ
“ຂີ້ເຫຍື້ອນີ້ຜູ້ຍິງກໍສາມາດເກັບໄດ້ ອານາໄມໄດ້”
ຮູບທີ 4 ໂອກາດ
ຊື່ຮູບພາບ: ພໍເຊະ (ສວນອ້ອຍ)
“ການປູກອ້ອຍເພື່ອມາຈຸນເຈືອຄອບຄົວຕົວເອງໄດ້”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ນ້ຳກ່ອກ
“ມັນມີການພັດທະນາອ້ອມຮົ້ວ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຄາຊະ
“ດຽວນິຖິ້ມຂີ້ເຫຍື້ອໃສ່ຖັງ”
ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ມີຊະ
“ອະນາໄມບ້ານສະອາດ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ອີປຸ
“ພັດທະນາບ່ອນໄວ້ນ້ຳ”
ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ນ້ຳ
“ແຕ່ກີ້ບໍ່ມີນ້ຳດຽວນິມີນ້ຳໃຊ້ໃນເຮືອນ”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ເລົາໂຮງຮຽນ
“ປ່ຽນປະຕູນິຝົນຕົກມາເດັກນ້ອຍປຽກ”
