ບົດວິໄຈຫົວຂໍ້: ພາວະການເປັນຜູ້ນຳຂອງແມ່ຍິງກັບການປັບໂຕເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ ໂດຍນຳໃຊ້ເຄື່ອງມື Photovoice

ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ຫຼື Photovoice ທີ່ທາງ RDA ໄດ້ຮຽນຮູ້ຈາກນັກສຶກສາປະລິນຍາເອກຂອງມະຫາວິທະຍາໄລເຈມສຄຸກ (James Cook University) ເຊິ່ງເປັນເຄື່ອງມືທີ່ເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ຕໍ່ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການຈັດບູລິມະສິດຂອງບັນຫາ ແລະ ຂໍ້ສະເໜີ ຈາກການລົງມືປະຕິບັດ…