We-ACT

ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.

ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.

ຖ່າຍຮູບພາບໂດຍ

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ

ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?

ຮູບທີ 1

ຊື່ຮູບພາບ: ອີຈູ໋-ນ້ຳ

“ຊາຍນີ້ຂັບລົດຈັກໄດ້ກະເລີຍເອົາຕຸກນ້ຳ ເອົາໃສ່ກະຕ່າລະກໍ່ຕັ້ງກັບໄປໄດ້ແຕ່ສະເພາະຜູ້ບາງຄົນເນາະບາງຄົນຂັບລົດບໍ່ໄດ້ເອົາໃສ່ກະເຊາະຕ້ອງໄດ້ເປ້ເມືອເຮືອນ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ຮູບທີ 2

ຊື່ຮູບພາບ: ອາຫຼາ-ໝູ

“ຄັນລ້ຽງໝູຫຼາຍໆນີ້ມັນຈະດີຂື້ນເພາະວ່າຄັນລາວໝູໄວ້ຫຼາຍໆເຂົາມາຊື້ ຈັ່ງພັດທະນາໄດ້”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ຮູບທີ 3

ຊື່ຮູບພາບ: ຮາຄາ-ກະຕ່າ

“ອັນນີ້ແມ່ນສິ່ງທີ່ຜູ້ຍິງເຮັດບໍ່ໄດ້ມີແຕ່ຜູ້ຊາຍເຮັດໄດ້ ແຕ່ຄັນຮຽນນິຜູ້ຍິງກະເຮັດໄດ້ຄືກັນບໍ່ແມ່ນວ່າບໍ່ດີເຮັດ ແຕ່ວ່າອັນນີ້ສິດທິຜົວ ອັນສິດນິເນາະອັນຜູ້ຊາຍເປັນຜູ້ເຮັດຂື້ນມາ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ຮູບທີ 4

ຊື່ຮູບພາບ: ອາສີ-ໝາກໄມ້

“ມັນມີອັນຕົ້ນໄມ້ກິນໝາກຫຼາຍເນ ອັນເຮັດຄ້າຂາຍໄດ້ແລ້ວກໍກະເສດຖະກິດມັນກະດີ ຫຼື ວ່າມີເງິນເນາະ ຄັນປູກຢາງພາລາອີສັງເກາະປາດຢາງມັນເກາະໄດ້ເງິນ ມີເງິນໃຊ້”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ

ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.

ຮູບພາບຄັດເລືອກກິດຈະກຳບູລິມະສິດ ບ້ານແສນຂັນຄຳໃໝ່ 3 ຕຸລາ 2024
ຮູບພາບການຮ່ວມວາງແຜນກິດຈະກຳ ຫົວຂໍ້: ຮຽນໜັງສືຂັນພື້ນຖານ ແລະ ການສ້ອມແປງ ແລະ ບູລະນະຮັກສານ້ຳໃຊ້ຂອງບ້ານ ບ້ານແສນຂັນຄຳໄໝ່ 14 ພະຈິກ 2024
ຮູບພາບປສ້ອມແປງນໍ້າລິນຂອງບ້ານແສນຂັນຄຳໄໝ່ ໃນເດືອນທັນວາ 2024
ຮູບພາບລົງກວດຄົວເຮືອນ ແລະ ຕິດຕາມການຊົມໃຊ້ນໍ້າທີ່ປັບປຸງໃໝ່ ຂອງບ້ານ ແສນຂັນຄຳໃໝ່ ຄັ້ງວັນທີ 25 ກຸມພາ 2025

ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ

ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?

ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ອໍຄຸ

“ເທື່ອແລ້ວບໍ່ມີໄມ້ນີ້ ດຽວນມີໄມ້ກັ້ນ ມັນດີ ມັນສະອາດ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ 5 ມີນາ 2025

ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ນາທູ

“ມີອັນນິ ນ້ຳໃສ່ຢູ່ນິ ມັນດີ ຕໍ່ນ້ຳເຂົ້າເຮືອນ ມັນດີ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ 5 ມີນາ 2025

ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ມີຊະ

“ແຕ່ກີ້ບໍ່ສະອາດ ບ້ານເຮັດເກັບຂີ້ເຫຍື້ອສະອາດ ແລະ ງາມ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ 5 ມີນາ 2025

ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ

ຊື່ຮູບພາບ: ດຸກໍລະຈິ

“ມັນດີ ຢູ່ເຮືອນບໍ່ເປື້ອນ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ 5 ມີນາ 2025

ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ

ຊື່ຮູບພາບ: ອິພູ

“ຕົ້ມນ້ຳກິນມັນດີ ດີສຸຂະພາບ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ 5 ມີນາ 2025

ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ

ຊື່ຮູບພາບ: ຍຸ (ເຮືອນຄົວໂຮງຮຽນ)

“ດຽວນິບໍ່ດີ ແລ້ວຢາກປ່ຽນໃຫ້ ໃຫ້ມີປະຕູງາມ ຝາກະປ່ຽນ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ 5 ມີນາ 2025