We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ສະຖານທີ່: ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 21 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1 ສິ່ງທ້າທາຍ
ຊື່ຮູບພາບ: ຢໍເຢາະ
“ຄັນຖີ້ມແນວນີ້ມັນເປື້ອນໃນຕົວເຮົາ ເວລາແມງວັນໄປຕອມ ແລ້ວມາຕອມຂອງກິນຂອງເຮົາ ແລ້ວເຮົາມາກິນເຂົ້າໄປແລ້ວເຮັດໃຫ້ສຸຂະພາບເຮົາເສຍ ເວລາຂີ້ເຫຍື້ອໄຫຼລົງນໍ້າແລ້ວປາກໍ່ໄປກິນຂີ້ເຫຍື້ອ ແລ້ວເຮົາໄປກິນປາແລ້ວພະຍາດກໍຕິດເຮົາ”
ຮູບທີ 2 ສິ່ງທ້າທາຍ
ຊື່ຮູບພາບ: ກະມະ
“ເສັ້ນທາງເປັນແນວນີ້ໄປມາກໍຍາກເວລາຝົກຕົກ ມັນມື່ນ ເວລາຊິໄປຫາກິນກໍຍາກ ເວລາຊິຝາກທ້ອງເຮົາກໍບໍ່ກ້າໄປເພາະເຮົາຢ້ານລົ້ມ”
ຮູບທີ 3 ໂອກາດ
ຊື່ຮູບພາບ: ປຸຂະ
“ເດີ່ນບ້ານສະອາດ ຄັນບໍ່ຖີ້ມຂີ້ເຫຍື້ອຊະຊາຍ ເກັບມ້ຽນ ກໍສະອາດແບບນີ້”
ຮູບທີ 4 ໂອກາດ
ຊື່ຮູບພາບ: ອະບໍ
“ຢາກໃຫ້ມີຕົ້ນໄມ້ແບບນີ້ ມັນງາມ ບໍ່ຢາກໃຫ້ເຂົາຖາງເຮັດຟືນ ຫຼື ວ່າເຮັດໄຮ່”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ນ້ຳກ໋ອກ
“ຫາກໍ່ມີເອົາໄວ້ໃຊ້ກອກນໍ້າບໍ່ໃຫ້ເປື້ອນ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ລໍດູ
“ແຕ່ກ່ອນບໍ່ເຄີຍມີ ມີໄວ້ໃຫ້ສະດວກໃນການໃຊ້ນ້ຳ”
ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຢາຄູ
“ແຕ່ກ່ອນບໍ່ໄດ້ລ້ອມຮົ້ວ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ເຮືອນຈອງແພ
“ໄດ້ລ້ຽງເປັດເພີ່ມຂຶ້ນຢາກແຕ່ກ່ອນ”
ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ເຮືອນມີໂຕ
“ແຕ່ກ່ອນບໍ່ມີດຽວນີ້ສະດວກມີບ່ອນເກັບນ້ຳໃຊ້”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ຈອງແພ ແລະ ມີໂຕ
“ຢາກເຫັນຮ່ອງລະບາຍນໍ້າທີ່ມີທໍ່ຫລື ກໍ່ສີມັງ”
