We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ສະຖານທີ່:
ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ
ວັນທີ 21 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1
ຊື່ຮູບພາບ: ຢໍເຢາະ
“ຄັນຖອກຂີ້ເຫຍື້ອໃສ່ບ່ອນເທິງທີ່ລະບາຍ ແລ້ວເວລາຝົນຕົນແລ້ວມັນກໍໄຫຼໄປເຮືອນທີ່ຢູ່ລຸ່ມ ຈັ່ງຊັ້ນຈຶ່ງຖ່າຍມາ”
ຮູບທີ 2
ຊື່ຮູບພາບ: ອູໂມະ
“ມັນບໍ່ດີ ມັນເປື້ອນ ມັນບໍ່ງາມ ບໍ່ຢາກໃຫ້ມັນເປື້ອນແບບນີ້ໃຫ້ຮັກສາ ມັນມີໂຕຍຸງມາກັດເຮົາ”
ຮູບທີ 3
ຊື່ຮູບພາບ: ຢໍມື
“ເກັບແລ້ວກໍ່ໄປຖີ້ມຂີ້ເຫຍື້ອໃນບ່ອນທີ່ຖືກຕ້ອງ”
ຮູບທີ 4
ຊື່ຮູບພາບ: ດູຫໍ
“ວາງແຜນວ່າຊິຂຸດບ່ອນນີ້ເປັນຂຸດຂີ້ເຫຍື້ອ”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ປັບປຸງມາຍະ
“ແຕ່ກິຖິ້ມຂີ້ເຫຍື້ອຢູ່ປ່າ ດຽວນິຂຸດຂຸມ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຖອກຖິ້ມຂີ້ເຫຍື້
“ຖອກຂີ້ເຫຍື້ອກໍສະບາຍບໍ່ໄດ້ໄປຖອດຢູ່ປ່າ”
ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ພັດທະນາ
“ແຕ່ກິເປັດເຂົ້າ ດຽວນິເຮັດເຮັດໃຫ່ມໃຫ້ເປັດບໍ່ໃຫ້ເຂົ້າ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ຫ້ອງນ້ຳ
“ສະບາຍໄປຂີ້ກໍບໍ່ໄດ້ໄປປ່າ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ລົດດັກ
“ສະບາຍຜົວຫາເງິນເອົາລົດໃສ່ມັນຕົ້ນໄປຂາຍ”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ນ້ຳກ໋ອກ
“ໃຫ້ມີກ໋ອກນ້ຳຢູ່ເຮືອນຂອງໃຜຂອງມັນ”
