We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ສະຖານທີ່:
ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ
ວັນທີ 23 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1 ສິ່ງທ້າທາຍ
ຊື່ຮູບພາບ: ນ້ຳກ໋ອກ
“ຄິດວ່າຄັນມີນ້ຳໃຊ້ພຽງພໍຢູ່ໃນບ້ານເຮົາຫັ້ນນະບ້ານເຮົາກະຊິກະຊິບ້ານສະອາດເນາະ ຄືຊິໄດ້ມີຫ້ອງນ້ຳໃຊ້ຫັ້ນ ບ້ານກໍຈະສະອາດຂື້ນ ລະກໍຊີວິດການເປັນຢູ່ຂອງຊາວບ້ານກໍຈະດີຂື້ນ”
ຮູບທີ 2 ສິ່ງທ້າທາຍ
ຊື່ຮູບພາບ: ສອງພັນ
“ຖ້າວ່າເຮົາມີເງິນຫັ້ນນະເຮົາສາມາດພັດທະນາຄອບຄົວໄດ້ພັດທະນາຊຸມຊົນກະໄດ້ ຍ້ອນເຮົາບໍ່ມີງົບເຮັດຫັຍງກໍ່ບໍ່ໄດ້”
ຮູບທີ 3 ໂອກາດ
ຊື່ຮູບພາບ: ເຫງີບາ-ເງິນ
“ຄິດວ່າລ້ຽງໝູລະດີພັດທະນາໃນຄອບຄົວຫຼາຍຂື້ນ ໂຕທຳອິດ ເຮົາເຮັດຮີດຄອງ ອັນທີສອງເຮົາຂ້າກິນເປັນອາຫານກະໄດ້ ອັນທີສາມມາເຮົາຂາຍເປັນສິນຄ້າກະໄດ້”
ຮູບທີ 4 ໂອກາດ
ຊື່ຮູບພາບ: ກືໂອ-ຕົ້ນໝາກມ່ວງ
“ອ່າສົມມຸດວ່າເຮົາປູກ ເຮົາປູກຕົ້ນໄມ້ຫຼາກຫຼາຍຊະນິດໄວ້ນໍ ຖ້າວ່າບໍ່ມີເງິນກໍ່ຢ່າ ແຕ່ວ່າເຮົາສາມາດປູກເອງກິນເອງໄດ້ເພື່ອໃຫ້ລູກຫຼານຫັ້ນອ່າກິນໝາກໄມ້ຄົບເນາະຄົບຕາມໝູ່”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ອິຈູຍຸ
“ດຽວນິມີກາສິ ລະດີຂື້ນ ບໍ່ຮ້ອນ ບໍ່ເປື້ອນ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ຮາສະ
“ມີອັນນິລະກໍດີຂື້ນສະອາດ ຂ້ອຍເກັບຂີ້ເຫຍື້ອມາໃສ່ນິ”
ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ກຳມາໂຢເຊະ
“ບໍ່ມີຂີ້ເຫຍື້ອສະອາດ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ກືເຊ
“ມີກາຕົ້ມນ້ຳກະກໍຕົ້ມນ້ຳກິນ ແຕ່ກິກິນນ້ຳດິບ”
ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ນ້ຳກ໋ອກ
“ສະດວກສະບາຍບໍລຳບາກໄປຕັກນ້ຳ”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ຫໍພັກຄູ
“ຢາກເຮັດໃຫ້ມັນດີຂື້ນ ງາມຂື້ນ”
