We-ACT

ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.

ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.

ຖ່າຍຮູບພາບໂດຍ

ສະຖານທີ່: 

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ

ວັນທີ 23 ມິຖຸນາ 2024

ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ

ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?

ຮູບທີ 1 ສິ່ງທ້າທາຍ

ຊື່ຮູບພາບ: ບໍ່ຮູ້ໜັງສື

“ມັນແມ່ນຮູບພາບກ່ຽວກັບຄົນທີ່ບໍ່ຮູ້ໜັງສື ຖ້າວ່າເຮົາໄປປະຊຸມ ຫລື ໄປຫຍັງກໍຕາມແຕ່ຖ້າເຮົາບໍ່ຮູ້ໜັງສື ຫລື ບໍ່ເຂົ້າໃຈພາສາລາວເຮົາກໍຈະບໍເຂົ້າໃຈສິ່ງທີ່ຜູ້ອື່ນເວົ້າແລ້ວຈຶ່ງບໍ່ສາມາດໄປໄດ້”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ຮູບທີ 2 ສິ່ງທ້າທ້າຍ

ຊື່ຮູບພາບ: ລ້ຽງລູກ

“ມີງານອີສັງມີປະຊຸມອີສັງ ຄາລູກຈະນີ້ກໍບໍ່ໄດ້ໄປເກີດຜູ້ນິ ອິດໜຶ່ງກໍເກີດຜູ້ໃໝ່”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ຮູບທີ 3 ໂອກາດ

ຊື່ຮູບພາບ: ສວນ

ຢາກໃຫ້ຜູ້ອື່ນຮູ້ວ່າຜູ້ຍິງຢູ່ໃນຊົນນະບົດນີ້ສາມາດເຮັດໄຮ່ເຮັດສວນແບບນີ້ໃນຊີວິດປະຈຳວັນ

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ຮູບທີ 4 ໂອກາດ

ຊື່ຮູບພາບ: ສັດລ້ຽງ

ມັນເປັນຮູບທີ່ແມ່ຍິງເຮັດໄດ້ແບບວ່າລ້ຽງສັດ, ຂາຍມັນແລ້ວເອົາເງິນມາຊື້ຈ່າຍໃນຄົວເຮືອນ, ສ່ວນສັດເອົາມາຂາຍ, ເອົາມາກິນ, ເອົາມາເຮັດຮີດພ້ອມ

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 23 ມິຖຸນາ 2024

ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ

ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.

ຮູບພາບຄັດເລືອກກິດຈະກຳບູລິມະສິດ ບ້ານຈອມໝອກ 2 ຕຸລາ 2024
ຮູບພາບການຮ່ວມວາງແຜນກິດຈະກຳ ຫົວຂໍ້: ການຈັດການຂີ້ເຫຍື້ອ ບ້ານຈອມໝອກ 13 ພະຈິກ 2024
ຮູບພາບການສ້າງເຕົາເຜົາຊີວະມວນ 2 ເຕົາ ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 22-23 ມັງກອນ 2025
ຮູບພາບການສ້າງເຕົາເຜົາຊີວະມວນ 2 ເຕົາ ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ 22-23 ມັງກອນ 2025

ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ

ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?

ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ນ້ຳກ່ອກ

“ນໍ້າກ່ອກໄດ້ຮັບການສ້ອມແປງໃຫ້ມີເຮືອນ

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 5 ມີນາ 2025

ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ສະອາດ

“ດຽວນີ້ກ໋ອກນໍ້າມີກະຕ່າຂີ້ເຫຍື້ອ

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 5 ມີນາ 2025

ຮູບທີ 3 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ

ຊື່ຮູບພາບ: ກໍາມະ ຫົນທາງ

“ໄດ້ອະນາໄມປັດເສັ້ນທາງໃຫ້ມັນທ່ຽວໄດ້ດີສະດວກ

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 5 ມີນາ 2025

ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ

ຊື່ຮູບພາບ: ອິຈຸ ອ່າງນ້ຳ

“ມີອ່າງນໍ້າໃຊ້ໃຫຍ່ຂື້ນໃນເຮືອນ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 5 ມີນາ 2025

ຮູບທີ 5 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ

ຊື່ຮູບພາບ: ຮາຊະ ກະຕ່າ

“ມີກະຕ່າຂີ້ເຫຍືອໄວ້ຢູ່ບ່ອນເຮືອນ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 5 ມີນາ 2025

ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ

ຊື່ຮູບພາບ: ຕ້ອງການຄູອະນຸບານ

“ບໍ່ເຄີຍມີຄູອະນຸບານຂອງບ້ານ”

ບ້ານແສນຂັນຄຳໃໝ່ ເມືອງລອງ ແຂວງຫຼວງນ້ຳທາ ວັນທີ 5 ມີນາ 2025