We-ACT
ໂຄງການ“ສ້າງຄວາມເຂັ້ມແຂງໃນຊຸມຊົນເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” (We-ACT) ເປັນຄວາມພະຍາຍາມທີ່ເນັ້ນການສ້າງຂະບວນການຮ່ວມມື ແລະ ສົ່ງເສີມຄວາມສາມາດຂອງຊຸມຊົນ ໃນການຮັບມືກັບຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ, ໂຄງການໄດ້ເນັ້ນໃສ່ການສຶກສາ ແລະ ສົ່ງເສີມພາວະຄວາມເປັນຜູ້ນຳຂອງແມ່ຍິງທ້ອງຖິ່ນໃນການນໍາພາຊຸມຊົນຢ່າງມີສ່ວນຮ່ວມໃນການປັບຕົວສູ້ກັບສະພາບ ດິນຟ້າອາກາດທີ່ປ່ຽນໄປ.
ບົດວິໄຈນີ້ໄດ້ຖືກດໍາເນີນໃນຮູບແບບການວິໄຈແບບມີສ່ວນຮ່ວມຂອງຊຸມຊົນໂດຍນໍາໃຊ້ເຄື່ອງມື “ສຽງຈາກຮູບພາບ” ເພື່ອເປີດໂອກາດ ໃຫ້ແມ່ຍິງໄດ້ສະທ້ອນມຸມມອງ, ປະສົບການ ແລະ ວິໄສທັດ ກັບສະພາບດິນຟ້າອາກາດ ຜ່ານຮູບພາບ ແລະ ການລໍາດັບຄວາມສໍາຄັນຂອງປັນຫາແລະຂໍ້ສະເໜີ ຈາກການລົງມືປະຕິບັດ. ຂະບວນການແບ່ງອອກເປັນ 3 ວົງຈອນ ເພື່ອຮ່ວມຄິດ ຮ່ວມປະຕິບັດ ແລະ ຮ່ວມປະເມີນຜົນ ໂດຍມີແມ່ຍິງໃນຊຸມຊົນເປັນໃຈກາງຂອງຂະບວນການ.
ຖ່າຍຮູບພາບໂດຍ
ສະຖານທີ່:
ບ້ານຈອມໝອກ ເມືອງລອງ ແຂວງຫຼວງນ້ຳທາ
ວັນທີ 21 ມິຖຸນາ 2024
ວົງຈອນທີ 1 ຊອກຫາບັນຫາປະຈຸບັນທີ່ສົ່ງຜົນກະທົບຕໍ່ນັກວິໄຈຮ່ວມໃນຊຸມຊົນ
ຄຳຖາມຂອງການວິໄຈແມ່ນ ແມ່ຍິງມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້ແນວໃດ ແລະ ແມ່ນຫຍັງແມ່ນຜົນກະທົບທີ່ເຮັດໃຫ້ແມ່ຍິງບໍ່ສາມາດມີສ່ວນຮ່ວມໃນການພັດທະນາຊຸມຊົນໄດ້?
ຮູບທີ 1 ສິ່ງທ້າທາຍ
ຊື່ຮູບພາບ: ໂຮງຮຽນເປ່ເພ
“ພວກເຮົາເຫັນວ່າມັນບໍ່ງາມ, ບໍ່ໝັ້ນຄົງ ແລ້ວຢາກໃຫ້ລູກໄດ້ຮຽນຢູ່ໂຮງຮຽນດີໆ ແລະ ມີໂຮງຮຽນ ໝັ້ນຄົງ”
ຮູບທີ 2 ສິ່ງທ້າທາຍ
ຊື່ຮູບພາບ: ຂີ້ເຫຍື້ອຢູ່ໃນແມ່ນ້ຳ
“ມັນເປື້ອນ ຖ້າເຮົາຖິ້ມຂີ້ເຫຍື້ອ ຫລື ກ່ອງຢາຂ້າຫຍ້າລົງໃສ່ໃນແມ່ນ້ຳມັນກໍຈະເຮັດໃຫ້ສັດນ້ຳຕາຍ ຄົນເຮົາກໍຈະບໍ່ໄດ້ກິນ”
ຮູບທີ 3 ໂອກາດ
ຊື່ຮູບພາບ: ຮູບດິນ
“ຢາກໃຫ້ເຮັດໃສ່ຢູ່ທີ່ດິນເພາະວ່າທີ່ດິນຍັງມີຫຼາຍ, ເຮົາຄຸດຂຸມຍັງໄດ້ແຕ່ຕອນນີ້ຍັງບໍ່ມີໃຜຄຸດເທື່ອ. ເຮົາຄິດວ່າຜູ້ໃດກໍຄຸດໄດ້ເພາະວ່າຕ່າງຄົນກໍມີເນື້ອທີ່ດິນຫຼາຍຢູ່”
ຮູບທີ 4 ໂອກາດ
ຊື່ຮູບພາບ: ສິ່ງທີ່ເປິເປື້ອນ
“ເຫັນວ່າມັນເປື້ອນແລ້ວຢາກໃຫ້ທຳຄວາມສະອາດ ຖ້າວ່າມັນເປື້ອນແບບນີ້, ມັນກໍຈະມີໂຕຍຸງ, ແມງວັນຫຼາຍຖ້າເປັນແບບນີ້ມັນກໍຈະໄປຕອມອາຫານເລີຍເຮັດໃຫ້ອາຫານຂອງເຮົາບໍ່ສະອາດ ແລ້ວເຮັດໃຫ້ເຮົາບໍ່ສະບາຍ, ເຈັບໄຂ້ໄດ້ປ່ວຍ”
ວົງຈອນທີ 2 ຄັດເລືອກ ແລະ ປະຕິບັດກິດຈະກຳບູລິມະສິດ
ນັກວິໄຈຊຸມຊົນຈະເປັນຜູ້ຄັດເລືອກກິດຈະກຳທີ່ພວກເຂົາສາມາດເຮັດໄດ້ ໂດຍຮຽນຮູ້ບັນຫາທີ່ພວກເຂົາຢາກແກ້ໄຂຈາກວົງຈອນທີ 1 ແລ້ວເອົາມາອອກແບບເປັນກິດຈະກຳ ແລະ ລົງມືເຮັດ.
ວົງຈອນທີ 3 ທົບທວນຜົນສຳເລັດ ແລະ ສືບຕໍ່ປັບປຸງກິດຈະກຳໃນຮອບຕໍ່ໄປ
ຄຳຖາມຂອງການວິໄຈໃນຮອບນີ້ແມ່ນ ນັກວິໄຈຊຸມຊົນເຫັນຫຍັງທີ່ປ່ຽນແປງໃນຄອບຄົວ? ເຫັນຫຍັງປ່ຽນແປງໃນຊຸມຊົນ? ແລະ ຢາກເຫັນຊຸມຊົນປ່ຽນແປງຫຍັງໃນຕໍ່ໜ້າ?
ຮູບທີ 1 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ນາເກາະ
“ມີທໍ່ນ້ຳເຂົ້າເຮືອນ”
ຮູບທີ 2 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຊຸມຊົນ
ຊື່ຮູບພາບ: ເດັກນ້ອຍ
“ແຕ່ກີ້ເດັກນ້ອຍເປິເປື້ອນດຽວນິແມ່ຮູ້ຮັກສາຄວາມສະອາດໃຫ້ເດັກນ້ອຍ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ຊາຂີ້ເຫຍື້ອ
“ປ່ຽນແປງບໍ່ເປື້ອນບໍເປິ ອີພໍ່ເຮັດຊາຂິ້ເຫຍື້ອ”
ຮູບທີ 4 ສິ່ງທີ່ນັກວິໄຈເຫັນວ່າປ່ຽນແປງໃນຄອບຄົວ
ຊື່ຮູບພາບ: ລ້ຽງກົບ
“ລ້ຽງກົບໄວ້ກິນ”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ໂຮງຮຽນ
“ຢາກປັບປຸງໂຮງຮຽນ ໃຫ້ງາມງາມ ໃຫ້ເດັກນ້ອຍຮຽນ”
ຮູບທີ 6 ສິ່ງທີ່ນັກວິໄຈຢາກເຫັນການປ່ຽນແປງໃນຕໍ່ໜ້າ
ຊື່ຮູບພາບ: ໂຮງຮຽນ
“ໃຫ້ງາມ ໃຫ້ມີຫລັງຄາງາມ ຝາແອ້ມງາມ ເທສິມັງ ຢາມຝົນບໍ່ເປິ້ອນ”
